ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຟີ​ຟາ ເພີ່ມ​ທີມ​ໃນ​ຮອບ​ສຸດ​ທ້າຍ ຄັ້ງ​ທຳ​ອິດ ບານ​ໂລກ 2026


  ສະຫະພັນ​ບານເຕະ​ນາໆຊາດ ຫຼື ຟີ​ຟາ ໄດ້​ອອກ​ມາ​ຢືນຢັນ​ວ່າ: ການ​ແຂ່ງຂັນ​ເຕະບານ​ຊາຍ​ຊີງ​ແຊັມ​ໂລກ ຄັ້ງ​ທີ 23 ຫຼື ບານ​ໂລກ ປີ 2026 ທີ່​ສະຫະລັດອາ ເມ​ຣິ​ກາ, ກາ​ນາ​ດາ ແລະ ແມັກ​ຊິກຮ່ວມ ກັນ​ເປັນ​ເຈົ້າພາບ ໂດຍ​ໄດ້​ເພີ່ມ​ທີມ​ໃນ​ຮອບ​ສຸດ​ທ້າຍ​ຈາກ 32 ເປັນ 48 ທີມ​ຄັ້ງ​ທຳ​ອິດ, ຟີ​ຟາໄດ້​ປ່ຽນ​ຮູບ​ແບບ​ ການ​ແຂ່ງຂັນ​ຈາກ​ຈະ​ແບ່ງ ເປັນ 16 ກຸ່ມ​ ກຸ່ມລະ 3 ທີມ ມາ ເປັນ 12 ກຸ່ມ, ກຸ່ມ​ລະ 4 ທີມ. ໝາຍວ່າ​ໃນ​ຮອບ​ແບ່ງ​ກຸ່ມທີມ​ໜຶ່ງ​ຕ້ອງ​ແຂ່ງ 3 ນັດ ແລ້ວ​ຄັດ ​ ເອົາ​ທີ 1 ແລະ ທີ 2 ຂອງ​ກຸ່ມບວກກັບ​ອັນ​ດັບ​ທີ 3 ດີ​ສຸດ 8 ທີມ​ຈາກ 12 ກຸ່ມ ເຂົ້າ​ຮອບ 32 ທີມ​ສຸດ ທ້າຍ. ເຊິ່ງ​ການ​ເລືອກ​ຮູບ​ແບບ​ໃໝ່​ນີ້ ເພື່ອ​ໃຫ້​ທີມ ​ທີ່​ເຂົ້າ​ຮ່ວມ​ຮອບສຸດ​ທ້າຍ​ໄດ້​ລົງ​ແຂ່ງ​ເພີ່ມ​ຂຶ້ນຫາກ​ຕົກ​ຮອບ​ທຳ​ອິດ​ຈາກ​ໄດ້​ແຂ່ງ 2 ນັດ ເປັນ 3 ນັດ, ພ້ອມ​ກັນ​ນີ້ກໍ​ເພີ່ມນັດ​ແຂ່ງຂັນ​ຈາກ​ຮູບ​ແບບ​ເກົ່າ​ ລວມ​ທັງ​ໝົດ 80 ນັດ ມາ​ເປັນ 104 ນັດ. ສຳລັບ​ທີມ​ທີ່​ເປັນ​ແຊັມ, ຮອງ​ແຊັມ, ອັນ​ດັບ 3 ແລະ ອັນ​ດັບ 4 ແມ່ນ​ຈະ​ໄດ້​ເພີ່ມ​ຂຶ້ນ​ຈາກ​ຜ່ານ​ມາ 7 ນັດ ມາ ​ເປັນ 8 ນັດ. ສຳລັບ ໂກ​ຕ້າ ບານ​ໂລກ 2026 ຂອງ​ແຕ່​ລະ​ຂົງເຂດ​ແມ່ນ​ໄດ້​ເພີ່ມ​ຂຶ້ນ: ທະວີບອາຊີ ຈາກ​ໄດ້ 4 ທີມ​ເຄິ່ງ ມາ​ເປັນ 8 ທີມ​ປາຍ, ອາ​ຟຣິ​ກາ ຈາກ 5 ທີມ ມາ​ເປັນ 9 ທີມ​ປາຍ, ຄອນ​ຄາ​ເຄ​​ັຟ ຈາກ 3 ທີມ​ເຄິ່ງ ມາ​ເປັນ 6 ທີມ​ປາຍ, ອາ​ເມ​ຣິ​ກາ​ໃຕ້ ຈາກ 4 ທີມ​ເຄິ່ງ ມາ​ເປັນ 6 ທີມ​ປາຍ, ໂອ​ເຊ​ອາ​ນີ ຈາກ​ເຄິ່ງ​ທີມ ມາ​ເປັນ 1 ທີມ​ປາຍ ແລະ ເອີ​ຣົບ ຈາກ 13 ທີມ​ມາ​ເປັນ 16 ທີມ, ທະວີບ​ເອີ​ຣົບ ເປັນ​ຂົງເຂດ​ດຽວ​ບໍ່​ຕ້ອງ​ແຂ່ງ​ເພລ​​ອັອຟ​ຄືກັບ​ຂົງເຂດ​ອື່ນ, ສ່ວນ​ອີກ 5 ຂົງເຂດ​ທີ່​ໄດ້​ໂກ​ຕ້າ​ປາຍ ໄດ້​ມາ​ແຂ່ງຂັນ​ເພລ​​ອັອຟ​ກັນເພື່ອ​ຄັດ​ເອົາ​ອີກ 2 ທີມ​ເຂົ້າ​ຮອບ​ສຸດ​ທ້າຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/03/2023